ລາຍວິຊານີ້ເປັນການຮຽນກ່ຽວກັບຫຼັກການເຮັດວຽກພື້ນຖານຂອງຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໂດຍຈະເນັ້ນໃຫ້ຜູ້ຮຽນສາມາດຮຽນຮູ້ແລະເຂົ້າໃຈອົງປະກອບພື້ນຖານຂອງຄອມພິວເຕີ ຮາດແວ໌ ແລະ ຊອບແວ໌ ໜ້າທີ່ການເຮັດວຽກຂອງຄອມພິວເຕີ  ແນວຄິດກ່ຽວກັບຂໍ້ມູນຂ່າວສານ ລວມທັງການນຳໃຊ້ງານອິນເຕີເນັດ ແລະ ລະບົບເຄືອຂ່າຍຄອມພິວເຕີຢ່າງຖືກຕ້ອງ ແລະປອດໄພ ຜູ້ຮຽນຈະໄດ້ນຳໃຊ້ໂປຣແກຣມພື້ນຖານໃນການສ້າງເອກະສານ ແກ້ໄຂເກະສານ ຕະຫຼອດຈົນຮຽນຮູ້ການປະຍຸກໃຊ້ເຕັກໂນໂລຍີຂໍ້ມູນຂ່າວສານໃນການຮຽນແລະປະກອບສ່ວນເຂົາໃນການເຮັດວຽກໃນອານາຄົດ