ວິຊາຄະນິດສາດພື້ນຖານນີ້ໄດ້ຮຽບຮຽງຂື້ນເພື່ອການຮຽນການສອນຕາມຫຼັກສູດສາຍສ້າງຄູປະຖົມປີທີ 1 ລະດັບອະນຸປະລິນຍາ ລະບົບ 12+2 ເພື່ອໃຫ້ນັກສຶກສາໄດ້ນໍາໃຊ້ປື້ມເຫຼັ້ມນີ້ໃນການສຶກສາຄົ້ນຄ້ວາດ້ວຍຕົນເອງ ພາຍໃຕ້ການໃຫ້ຄໍາປຶກສາ ແລະ ແນະນໍາຂອງຄູອາຈານ ປື້ມເຫຼັ້ມນີ້ປະກອບດ້ວຍ 6 ພາກທີ່ມີເນື້ອໃນສໍາຄັນຄື:

                                   ພາກທີ 1: ຈໍານວນ ແລະ ການຄໍານວນ

                                   ພາກທີ 2: ປະລິມານ ແລະ ການວັດແທກ 1

                                   ພາກທີ 3: ຮູບເລຂາຄະນິດ

                                   ພາກທີ 4: ປະລິມານ ແລະ ການວັດແທກ 2

                                   ພາກທີ 5: ການພົວພັນທາງຄະນິດສາດ

                                   ພາກທີ 6: ການແກ້ໂຈດບັນຫາ